New Pomelo Series

New Pomelo Series

ມື້ນີ້ນ້ອງກວິ້ນໆຈະມາຂໍແນະນຳເມນູໃໝ່ສຸດພິເສດທີ່ຫາຈາກໃສບໍ່ໄດ້ ມາພ້ອມກັບ 3 ລົດຊາດທີ່ແປກໃໝ່ກັບເມນູ Pomelo ຫຼື ໝາກສົ້ມໂອທີ່ພວກເຮົາຄຸ້ນເຄີຍກັນ ເຊິ່ງມາພ້ອມກັບ 3 ລົດຊາດ ແລະ 3 ສະຕາຍທີ່ແປກໃໝ່

ຈະມາເປັນສົ້ມໂອທຳມະດາຄົງບໍ່ໄດ້ເພາະມັນບໍ່ແມ່ນສະຕາຍ Ai-CHA! ຖ້າບໍ່ດີແທ້ນ້ອງກວິ້ນໆຄົງຈະບໍ່ແນະນຳ ຂຶ້ນຊື່ວ່າ Ai-CHA ພວກເຮົາສົ່ງມອບ ແລະ ເສີບສິ່ງດີໆໃຫ້ແກ່ລູກຄ້າສະເໝີ ພ້ອມຄຸນນະພາບ ແລະ ລົດຊາດທີ່ຫຼາກຫຼາຍໃຫ້ໄດ້ເລືອກກິນຢ່າງຊື່ນໃຈ

ເວົ້າມາຂະໜາດນີ້ແລ້ວນ້ອງກວິ້ນໆຂໍເຂົ້າເລື່ອງເມນູໃໝ່ຂອງພວກເຮົາກ່ອນ...ຂໍແນະນຳຜູ້ເຂົ້າຮອບຄົນທຳອິດຈະເປັນໃຜໄປບໍ່ໄດ້ນອກຈາກ:

"Ai-CHA Pomelo Lemonade"


ມາພ້ອມກັບຄວາມຫວານອົມສົ້ມ ການປະສົມປະສານສຸດລົງຕົວຂອງໝາກສົ້ມໂອ ແລະ ເລມ່ອນ

ກິ່ນຫອມດັ່ງນ້ຳເຜິ້ງ ຊວນໃຫ້ນຶກເຖິງຊ່ວງເວລາໃນວັນວານ ປະສົມກັບກິ່ນຊາຫອມໆຊ່ວຍໃຫ້ຜ່ອນຄາຍ ເປັນຄວາມລົງຕົວທີ່ເຂົ້າກັນແບບບໍ່ໜ້າເຊື່ອ

------------------------------------------------------------------

ຕາມມາຕິດໆກັບຜູ້ເຂົ້າຮອບຄົນທີ່ 2 ສວນໝາກສົ້ມໂອສົ່ງເຂົ້າປະກວດ ແລະ ໄດ້ຮັບການສະໜັບສະໜຸນຈາກສວນໝາກໜອດ ກໍ່ໃຫ້ເກີດລົດຊາດທີ່ຊຸບເປີສົດຊື່ນເປັນທະວີຄູນ

ເໝາະເຈາະກັບຊ່ວງ summer ທີ່ອາກາດຮ້ອນໆ ຊ່ວຍຣີເຟສວັນນັ້ນໃຫ້ກັບມາສົດໃສໄດ້ໃໝ່ ອ່ະໆໆໆ! ເວົ້າຫຼາຍດຽວຫາວ່າຂີ້ໂມ້ ໄປພົບກັບຜູ້ເຂົ້າຮອບຄົນທີ່ 2 ກັນເລີຍ ຂໍສຽງດັງໆໃຫ້ກັບ 🥳🎉

"Ai-CHA Passion Pomelo Paradise"


ສົ້ມຫວານ ຫອມລະມຸນ ສົດຊື່ນ ປານຢູ່ສວງສະຫວັນເໝືອນກັບຊື່ paradise ທີ່ໃຜໄດ້ລອງກໍຕ້ອງຕິດໃຈຢາກກັບມາກິນໃໝ່

ຣີເຟສມື້ທີ່ເສົ້າໝອງໃຫ້ກັບມາສົດໃສ ໃຫ້ Ai-CHA ໄດ້ເຂົ້າມາເປັນສ່ວນໜຶ່ງ ແລະ ຊ່ວຍຮີລໃຈມື້ທີ່ບໍ່ດີອອກໄປ

ຄວາມສົດໃສຫາໄດ້ງ່າຍໆຈາກນ້ອງກວິ້ນໆທີ່ຂົນຂະບວນມາທັງສວນໃຫ້ແກ່ລູກຄ້າທຸກທ່ານນນ

------------------------------------------------------------------

ມາຮອດມາເຖິງຜູ້ເຂົ້າຮອບຄົນສຸດທ້າຍ Top 3 ສຸດປັງກວ່າຈະຜ່ານການຄັດເລືອກແຕ່ລະຄົນມາໄດ້ບໍ່ແມ່ນເລື່ອງງ່າຍ!

ໃສໆແມ່ນໃຜເດົາຖືກແນ່ວ່າຜູ້ເຂົ້າຮອບຄົນນັ້ນແມ່ນໃຜ ໃບ້ໃຫ້ກະໄດ້ໄປວ່ານ້ອງຄົນນັ້ນສວນໝາກຄາຍສົ່ງເຂົ້າປະກວດ

ອິມພອດມາຈາກສາຂາຕ່າງປະເທດສຸດໂກອິນເຕີ ສວຍ ຫວານ ລະມຸນ ໜ້າຮັກແບບສາວເອເຊຍ

ໃບ້ໃຫ້ຂະໜາດນີ້ຮູ້ຄຳຕອບຫຼືຍັງງງ ອ່ະໆໆໆ...ມາຟັງສະເຫຼີຍກັນເລີຍວ່ານ້ອງຄົນນັ້ນກໍຄື...ນ້ອງພີຊຊີ່ນັ້ນເອງງງ

"Ai-CHA Peach Pomelo"


ຄວາມຫວານລະມຸນຂອງນ້ອງພີຊຊີ່ ປະສົມປະສານເຂົ້າກັບນ້ອງສົ້ມໂອສຸດແຊບ ເກີດເປັນລົດຊາດທີ່ຄາດບໍ່ເຖິງ

ກິ່ນຊາທີ່ມາຊ່ວຍສະໜັບສະໜຸນໃຫ້ນ້ອງພີຊ ແລະ ນ້ອງສົ້ມມີຄວາມໂດດເດັ່ນຂຶ້ນໄປອີກ ເຢນລີ່ນຸ່ມໆໃຫ້ຫຍ້ຳຫຼິ້ນເພີນໆໃນຂະນະທີ່ດື່ມດ່ຳກັບຄວາມລະມຸນປານຝັນ


ຖ້າມັນຈະຂະໜາດນີ້ກໍເຫຼືອແຕ່ໄປລອງຊິມກັນເທົ່ານັ້ນລະ! ຢ່າຟ້າວໃຈຮ້ອນໄປສາວົກນ້ອງກວິ້ນໆທັງຫຼາຍ ເມນູທີ່ລໍຄອຍກຳລັງຈະມາໃນໄວໆນີ້

Ai-CHA ຂໍໃຫ້ທຸກຄົນກຽມພ້ອມຮັບຄວາມສົດຊື່ນແບບກະແທກໜ້າໃຫ້ດີໃນວັນທີ 1 ມິຖຸນາ 2025 ນີ້

ມາລິ້ມລອງກັນໄດ້ແລ້ວຕອນນີ້ທີ່ Ai-CHA ທຸກສາຂາໃກ້ບ້ານເລີຍເດີ...ສຸດທ້າຍນີ້ກໍຢ່າລືມເມັ້ນມາບອກນ້ອງກວິ້ນໆແນ່

Terms and condition

WhatsApp