Ai-CHA ມຸ່ງໝັ້ນທີ່ຈະສົ່ງມອບເຄື່ອງດື່ມຄຸນນະພາບດີທີ່ຜ່ານການຄັດສັນວັດຖຸດິບອັນສົດໃໝ່ ແລະ ມີຄຸນນະພາບຈາກທົ່ວທຸກມຸມໂລກເພື່ອໃຫ້ແນ່ໃຈວ່າທຸກຄຳທີ່ກິນເຂົ້າໄປຈະສົດໃໝ່ ແລະ ແຊບຢູ່ສະເໝີ. ພວກເຮົາມຸ່ງເນັ້ນເພື່ອພັດທະນາຢ່າງຕໍ່ເນື່ອງບໍ່ວ່າຈະເປັນລົດຊາດຂອງຜະລິດຕະພັນ ຫຼື ຮູບແບບການບໍລິການເພື່ອໃຫ້ທຸກປະສົບການທີ່ທ່ານໄດ້ຮັບເປັນຄວາມຊົງຈຳທີ່ສວຍງາມ.
ພວກເຮົາໄດ້ຮ່ວມມືກັນເຮັດວຽກຢ່າງໜັກເພື່ອສ້າງຄຸນນະພາບຊີວິດທີ່ດີກວ່າ.
Ai-CHA ມີສຳນັກງານໃຫຍ່ຢູ່ທີ່ປະເທດອິນໂດເນເຊຍ ແລະ ຄອບຄຸມເຖິງ 7 ປະເທດໃນອາຊີຕະເວັນອອກສຽງໃຕ້ ໂດຍມີຈຳນວນຮ້ານຄ້າຫຼາຍກວ່າ 600 ແຫ່ງ, ເຊິ່ງກໍ່ໃຫ້ເກີດຫ່ວງໂສ້ອຸປະທານທີ່ແຂງແຮງ ແລະ ສົມບູນ.
ນອກຈາກນີ້, ພວກເຮົາຍັງໄດ້ພັດທະນາຜະລິດຕະພັນ ແລະ ຂະຫຍາຍທຸລະກິດໄປສູ່ຕະຫຼາດໃໝ່ໆຢ່າງຕໍ່ເນື່ອງ, ເຮົາມຸ່ງເນັ້ນທີ່ຈະເຮັດໃຫ້ Ai-CHA ເປັນເຄື່ອງດື່ມຍອດນິຍົມຂອງໄວລຸ້ນທົ່ວໂລກ.