Privacy Policy

ນະໂຍບາຍຄວາມເປັນສ່ວນຕົວສຳລັບ Ai-CHA Ice Cream & Tea

ວັນທີທີ່ມີຜົນບັງຄັບໃຊ້: 30 ມັງກອນ 2025

Ai-CHA Ice Cream & Tea ເຮົາມຸ່ງໝັ້ນທີ່ຈະປົກປ້ອງຄວາມເປັນສ່ວນຕົວຂອງທຸກທ່ານໂດຍນະໂຍບາຍຄວາມເປັນສ່ວນຕົວນີ້ໄດ້ລະບຸເຖິງວິທີທີ່ທາງເຮົາເກັບຮວບຮວມ, ໃຊ້ ແລະ ປົກປ້ອງຂໍ້ມູນສ່ວນບຸກຄົນຂອງທ່ານເມື່ອມີການເຂົ້າມານຳໃຊ້ເວັບໄຊ້ ຫຼື ບໍລິການຂອງພວກເຮົາ, ເມື່ອທ່ານໄດ້ມີການໃຊ້ເວັບໄຊ້ຂອງພວກເຮົາສະແດງວ່າທ່ານໄດ້ຍອມຮັບຂໍ້ກຳນົດຂອງນະໂຍບາຍດັ່ງຕໍ່ໄປນີ້:

1.  ຂໍ້ມູນທີ່ເຮົາເກັບກຳຮວບຮວມ

ທາງເຮົາໄດ້ເກັບກຳ ແລະ ຮວບຮວມຂໍ້ມູນດ້ວຍວິທີດັ່ງຕໍ່ໄປນີ້:

  • ຂໍ້ມູນສ່ວນບຸກຄົນ: ເມື່ອທ່ານຊື້ສິນຄ້າ, ສະໝັກຮັບຈົດໝາຍຂ່າວ ຫຼື ຕິດຕໍ່ເຮົາ ທາງເຮົາອາດຈະມີການເກັບຮວບຮວມຊື່, ອີເມລ, ໝາກເລກໂທລະສັບ, ທີ່ຢູ່ຈັດສົ່ງ ແລະ ລາຍລະອຽດການຊຳລະເງິນຂອງທ່ານ.
  • ຂໍ້ມູນການໃຊ້ງານ: ທາງເຮົາຈະໄດ້ມີການຮວບຮວມຂໍ້ມູນແບບອັດຕະໂນມັດກ່ຽວກັບການເຂົ້າຊົມເວັບໄຊ້ຂອງພວກເຮົາ, ລວມທັງທີ່ຢູ່ IP, ປະເພດເບຣາເຊີ, ຂໍ້ມູນອຸປະກອນ ແລະ ກິດຈະກຳການເຂົ້າເບິ່ງຜ່ານຄຸກກີ້ ແລະ ເທັກໂນໂລຍີທີ່ຄ້າຍກັນ.

2. ເຮົາມີການນຳໃຊ້ຂໍ້ມູນຂອງທ່ານແນວໃດ

ທາງເຮົາໄດ້ມີການນຳໃຊ້ຂໍ້ມູນທີ່ຮວບຮວມເພື່ອວັດຖຸປະສົງດັ່ງຕໍ່ໄປນີ້: 

  • ເພື່ອດຳເນີນການ ແລະ ປະຕິບັດຕາມຄຳສັ່ງຊື້ຂອງທ່ານ
  • ເພື່ອປັບປຸງ ແລະ ປັບແຕ່ງປະສົບການໃນການນຳໃຊ້ເວັບໄຊ້ຂອງທ່ານ
  • ເພື່ອສົ່ງເສີມການສື່ສານທາງການຕະຫຼາດຂອງທ່ານ (ສະເພາະກໍລະນີທີ່ທ່ານມີການເຂົ້າຮ່ວມ)
  • ເພື່ອຕອບຄຳຖາມ ແລະ ໃຫ້ການສະໜັບສະໜຸນລູກຄ້າ
  • ເພື່ອປະຕິບັດຕາມການຜູກພັນທາງກົດໝາຍ ແລະ ປົກປ້ອງສິດທາງກົດໝາຍຂອງເຮົາ

3. ການແບ່ງປັນຂໍ້ມູນຂອງທ່ານ

ທາງເຮົາບໍ່ໄດ້ຂາຍ, ແລກປ່ຽນ ຫຼື ໃຫ້ເຊົ່າຂໍ້ມູນສ່ວນບຸກຄົນຂອງທ່ານກັບບຸກຄົນທີສາມ. ຢ່າງໃດກໍຕາມ, ອາດຈະມີການແບ່ງປັນຂໍ້ມູນຂອງທ່ານໃຫ້ກັບຜູ້ສະໜອງບໍລິການທີ່ເຊື່ອຖືໄດ້ເຊິ່ງເປັນບຸກຄົນທີ່ຊ່ວຍເຮົາໃນການດຳເນີນທຸລະກິດເຊັ່ນ: ຜູ້ປະມວນຜົນການຊຳລະເງິນ, ບໍລິການຈັດສົ່ງ ແລະ ແພລດຟອມການຕະຫຼາດ. ບຸກຄົນທີສາມເຫຼົ່ານີ້ຈຳເປັນຕ້ອງຮັກສາຂໍ້ມູນຂອງທ່ານເປັນຄວາມລັບ ແລະ ໃຊ້ສະເພາະສຳລັບບໍລິການທີ່ທາງເຮົາຂໍເທົ່ານັ້ນ.

4. ຄຸກກີ້ ແລະ ເທັກໂນໂລຍີການຕິດຕາມ

ເວັບໄຊ້ຂອງເຮົາໃຊ້ຄຸກກີ້ ແລະ ເທັກໂນໂລຍີການຕິດຕາມທີ່ຄ້າຍຄຶງກັນເພື່ອປັບປຸງປະສົບການຜູ້ໃຊ້ງານຂອງທ່ານ. ຄຸກກີ້ຊ່ວຍໃຫ້ເຮົາຈົດຈຳການຕັ້ງຄ່າຂອງທ່ານ ແລະ ປັບປຸງການເຮັດວຽກຂອງເວັບໄຊ້, ທ່ານສາມາດປັບການຕັ້ງຄ່າບຣາວເຊີຂອງທ່ານເພື່ອປະຕິເສດຄຸກກີ້ໄດ້ ແຕ່ສິ່ງນີ້ອາດຈະສົ່ງຜົນຕໍ່ຄຸນສົມບັດບາງຢ່າງຂອງເວັບບຣາວເຊີຂອງເຮົາ.

5. ຄວາມປອດໄພຂອງຂໍ້ມູນ

ເຮົາໄດ້ນຳໃຊ້ມາດຕະການທີ່ເໝາະສົມເພື່ອປົກປ້ອງຂໍ້ມູນສ່ວນບຸກຄົນຂອງທ່ານຈາກການເຂົ້າເຖິງ, ການປ່ຽນແປງ ຫຼື ການທຳລາຍໂດຍບໍ່ໄດ້ຮັບອະນຸຍາດ. ຢ່າງໃດກໍຕາມ, ບໍ່ມີວິທີການສົ່ງຂໍ້ມູນຜ່ານອິນເຕີເນັດ ຫຼື ການຈັດເກັບຂໍ້ມູນທາງອີເລັກໂທຣນິີກໃດທີ່ປອດໄພ 100%. ດັ່ງນັ້ນ, ທາງເຮົາຈຶ່ງບໍ່ສາມາດຮັບປະກັນຄວາມປອດໄພໄດ້ຢ່າງແນ່ນອນ.

6. ສິດຂອງທ່ານ

ຂຶ້ນຢູ່ກັບທີ່ຕັ້ງຂອງທ່ານ, ທ່ານອາດຈະມີສິດບາງປະການກ່ຽວກັບຂໍ້ມູນສ່ວນບຸກຄົນຂອງທ່ານເອງເຊັ່ນ:

  • ສິດໃນການເຂົ້າເຖິງ ແລະ ອັບເດດຂໍ້ມູນຂອງທ່ານ
  • ສິດໃນການຮ້ອງຂໍໃຫ້ລົບຂໍ້ມູນຂອງທ່ານ
  • ສິດໃນການບໍ່ຮັບຂໍ້ຄວາມ ຫຼື ຂໍ້ມູນທາງການຕະຫຼາດ

ຫາກທ່ານຕ້ອງການທີ່ຈະນຳໃຊ້ສິດເຫຼົ່ານີ້ທ່ານສາມາດຕິດຕໍ່ເຮົາໄດ້ທີ່ [email protected]

7.  ການເຊື່ອມຕໍ່ກັບບຸກຄົນທີສາມ

ເວັບໄຊ້ຂອງພວກເຮົາອາດມີການເຊື່ອມຕໍ່ກັບບຸກຄົນທີສາມ ເຮົາບໍ່ສາມາດຮັບຜິດຊອບຕໍ່ແນວທາງການຮັກສາຄວາມເປັນສ່ວນຕົວຂອງເວັບໄຊ້ພາຍນອກເຫຼົ່ານີ້ໄດ້. ດັ່ງນັ້ນ, ເຮົາຈຶ່ງແນະນຳໃຫ້ທ່ານກວດສອບນະໂຍບາຍຄວາມເປັນສ່ວນຕົວຂອງເວັບໄຊ້ຂອງບຸກຄົນທີສາມທີ່ທ່ານໄດ້ເຂົ້າຊົມ.

8. ການປ່ຽນແປງນະໂຍບາຍ

ທາງເຮົາອາດຈະມີການອັບເດດນະໂຍບາຍຄວາມເປັນສ່ວນຕົວນີ້ເປັນໄລຍະເພື່ອສະທ້ອນການປ່ຽນແປງໃນແນວທາງປະຕິບັດຂອງເຮົາ ຫຼື ເພື່ອເຫດຜົນດ້ານການປະຕິບັດການ, ກົດໝາຍ ຫຼື ຂໍ້ບັງຄັບອື່ນໆ. ເຮົາຈະໂພສນະໂຍບາຍທີ່ມີການອັບເດດເທິງໜ້າເວັບໄຊ້ພ້ອມກັບວັນທີທີ່ມີຜົນບັງຄັບໃຊ້.

9. ຕິດຕໍ່ພວກເຮົາ

ຖ້າທ່ານມີຂໍ້ສົງໃສ ຫຼື ຄຳຖາມກ່ຽວກັບນະໂຍບາຍຄວາມເປັນສ່ວນຕົວ, ທ່ານສາມາດຕິດຕໍ່ພວກເຮົາໄດ້ທີ່:

Ai-CHA FOOD LA CO.,LTD

8fl, Royal Square Office Nongthea Village, Sikhottabong District, Vientiane
[email protected]
+856 20 54 257 766

WhatsApp