ບໍລິສັດ Ai-CHA ກໍ່ຕັ້ງໃນປີ 2019 ໂດຍພີ່ນ້ອງຕະກູນ Lie ຢູ່ປະເທດອິນໂດເນເຊຍ ດ້ວຍວິໄສທັດໃນການນຳເສີມເຄື່ອງດື່ມຊາທີ່ມີຄຸນນະພາບສູງໃນລາຄາທີ່ເໝາະສົມ. ຈາກແຮງບັນດານໃຈໃນການຮັກຊາ ແລະຄວາມມຸ່ງມັ້ນໃນການສ້າງສັນ, Ai-CHA ໄດ້ເຕີບໂຕກາຍເປັນແບຣນທີ່ຜູ້ຄົນຮັກ ໂດຍເປັນທີ່ຮູ້ຈັກໃນການມອບປະສົບການທີ່ມີລົດຊາດພຣີເມຍ, ມີຄວາມສົນຸກສົນານ ແລະເຄື່ອງດື່ມທີ່ທຸກຄົນສາມາດເຂົ້າເຖິງໄດ້.
ໃນເດືອນກັນຍາ 2025 ນີ້ ພວກເຮົາໄດ້ບັນລຸເປົ້າໝາຍສຳຄັນສໍາລັບການຂະຫຍາຍທົ່ວໂລກ ດ້ວຍການເປີດຮ້ານສາຂາແຫ່ງທຳອິດໃນ ປະເທດຄາຊັກສະຖານ ແລະ ປະເທດອີຢິບ. ໃນຄາຊັກສະຖານ ພວກເຮົາໄດ້ຕ້ອນຮັບລູກຄ້າເຂົ້າສູ່ຮ້ານທຳອິດຂອງພວກເຮົາແລ້ວ ແລະຍັງມີສາຂາອີກ 12 ແຫ່ງທີ່ໄດ້ລົງນາມໄວ້ ແລະກຳລັງຈະເປີດໃນໄວໆນີ້. ສ່ວນໃນອີຢິບ ການເດີນທາງຂອງພວກເຮົາເພິ່ງເລີ່ມຕົ້ນ ດ້ວຍການເປີດຮ້ານ 1 ແຫ່ງແລ້ວ ແລະຍັງມີສາຂາອີກ 2 ແຫ່ງທີ່ໄດ້ລົງນາມໄວ້ ເພື່ອເປີດຕາມມາໃນໄວໆນີ້. ເຫດການສຳຄັນເຫຼົ່ານີ້ ເປັນການກ້າວທີ່ໝັ້ນຄົງ ໃນການເສີມສ້າງສາຍພົວພັນ ແລະສະຖານະຂອງພວກເຮົາໃນທັງສອງປະເທດ ເພື່ອນຳປະສົບການອັນເປັນເອກະລັກຂອງພວກເຮົາໄປສູ່ລູກຄ້າຫຼາຍຂຶ້ນທົ່ວໂລກ.
ໃນເດືອນເມສາ 2025, ຮ້ານສາຂາທຳອິດໃນປະເທດບຣູໄນໄດ້ເປີດຢ່າງເປັນທາງການ. ນັບຕັ້ງແຕ່ນັ້ນມາ, ແບຣນໄດ້ຂະຫຍາຍຢ່າງຢ່າງວ່ອງໄວ ມີຮ້ານປະຈຸບັນ 9 ສາຂາທົ່ວປະເທດ ແລະ ອີກ 24 ສາຂາທີ່ໄດ້ລົງນາມສັນຍາເພື່ອເປີດໃນອະນາຄົດອັນໃກ້ນີ້. ນີ້ແມ່ນເຄື່ອງໝາຍຂອງການບັນລຸທີ່ໜ້າຕື່ນເຕັ້ນໃນການເສີມສ້າງການມີຢູ່ຂອງພວກເຮົາໃນບຣູໄນ ແລະ ເປັນການນຳປະສົບການອັນເປັນເອກະລັກຂອງພວກເຮົາໃຫ້ກັບລູກຄ້າຫຼາຍຂຶ້ນ.
ໃນເດືອນມີນາ 2025, ຮ້ານສາຂາທຳອິດໃນປະເທດມຽນມາໄດ້ເປີດຢ່າງເປັນທາງການ, ເຊິ່ງໝາຍເຖິງການເຂົ້າສູ່ຕະຫຼາດໃໝ່ຂອງແບຣນ. ຄວາມສຳເລັດນີ້ເປັນການເລີ່ມຕົ້ນຂອງການເດີນທາງອັນໜ້າຕື່ນເຕັ້ນເພື່ອຂະຫຍາຍໃຫ້ເຕີບໃຫຍ່ຕໍ່ໄປອີກໃນປະເທດມຽນມາ, ເປັນການນຳປະສົບການອັນເປັນເອກະລັກຂອງພວກເຮົາໃຫ້ແກ່ລູກຄ້າໃນທ້ອງຖິ່ນ.
ໃນເດືອນພະຈິກປີ 2024 ຮ້ານສາຂາທຳອິດໄດ້ເປີດຂຶ້ນທີ່ “Aeon Mall” ໜຶ່ງໃນຫ້າງທີ່ຈະເລີນຮຸ່ງເຮືອງທີ່ສຸດໃນປະເທດກຳປູເຈຍ
ແລະ ໃນປະຈຸບັນມີການເຊັນສັນຍາເປີດຮ້ານແລ້ວກວ່າ 20 ຮ້ານ.
ໃນເດືອນກັນຍາ
2024, ຮ້ານສາຂາທຳອິດຂອງລາວແມ່ນໄດ້ເປີດຕົວຂຶ້ນ ພ້ອມທັງອີກ 18 ສາຂາທີ່ໄດ້ເຊັນສັນຍາໄປແລ້ວ.
ໃນເດືອນເມສາ
2023 ຮ້ານສາຂາທຳອິດໃນປະເທດຟີລິບປິນໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ມີຫຼາຍກວ່າ 80
ສາຂາທີ່ໄດ້ເຊັນສັນຍາແລ້ວ.
ໃນເດືອນມັງກອນ
2024 ຫຼັງຈາກເປີດຕົວກົນລະຍຸດເພື່ອຕີຕະຫຼາດອາຊີຕາເວັນອອກສຽງໃຕ້ຢ່າງວ່ອງໄວ ຫວຽດນາມກໍໄດ້ມີການເຊັນສັນຍາເປີດຮ້ານຫຼາຍກວ່າ
120 ແຫ່ງ ພ້ອມກັບເປີດຕົວອີກ 2 ແຫ່ງພາຍໃນ 4 ເດືອນ.
ໃນເດືອນທັນວາ
2022 ຮ້ານສາຂາທຳອິດຂອງມາເລເຊຍໄດ້ເປີດຕົວຂຶ້ນ, ຫຼັງຈາກນັ້ນໃນເດືອນກັນຍາ 2024 ຈຳນວນຮ້ານທີ່ເຊັນສັນຍາກໍມີຈຳນວນຫຼາຍເຖິງ
230 ສາຂາ.
ໃນເດືອນທັນວາ
2022 ຮ້ານສາຂາທຳອິດຂອງກຸງເທບ ປະເທດໄທ ໄດ້ເປີດຕົວຂຶ້ນ. ໃນຊ່ວງ 2 ປີທີ່ຜ່ານມາຈຳນວນຮ້ານທີ່ເຂົ້າຮ່ວມໄດ້ເພີ່ມຂຶ້ນເຖິງ
220 ກວ່າສາຂາ ແລະ ມີການເປີດຕົວເພີ່ມຂຶ້ນຫຼາຍກວ່າ 80 ຮ້ານ, ຖືວ່າເປັນແບຣນເຄື່ອງດື່ມທີ່ຄົນຮຸ່ນໃໝ່ຕ່າງກໍໃຫ້ຄວາມນິຍົມ
ແລະ ສົນໃຈ.
ໃນເດືອນສິງຫາ
2022 ຮ້ານສາຂາທຳອິດໄດ້ເປີດຂຶ້ນສຳເລັດທີ່ປະເທດອິນໂດເນເຊຍ, ແລະ ໃນປີດຽວກັນນັ້ນ ຈຳນວນຮ້ານກໍເພີ່ມຫຼາຍຂຶ້ນເຖິງ
200 ສາຂາ ພ້ອມກັບມີການເຊັນສັນຍາຮ້ານແລ້ວຫຼາຍກວ່າ 280 ແຫ່ງ.