ທ່ານສາມາດເປັນເຈົ້າຂອງທຸລະກິດທີ່ມີມູນຄ່າການຊື້ຂາຍຫຼັກຫຼາຍຮ້ອຍລ້ານກີບຕໍ່ເດືອນດ້ວຍຄ່າແຟນຊາຍທີ່ບໍ່ແພງ.
ພວກເຮົາໄດ້ໃຫ້ຄວາມສຳຄັນກັບເວລາອັນມີຄ່າຂອງທ່ານ. ດັ່ງນັ້ນ, ຄວາມວ່ອງໄວໃນການໃຫ້ຄວາມຮ່ວມມື ແລະ ເຂົ້າຊ່ວຍເຫຼືອຈຶ່ງເປັນໜຶ່ງໃນຄວາມສໍາຄັນຂອງພວກເຮົາ.
ພວກເຮົາມີທີມຜູ້ເຝິກສອນທີ່ມີປະສົບການທີ່ສາມາດເຝິກອົບຮົມພະນັກງານຂອງຄູ່ຮ່ວມທຸລະກິດຂອງພວກເຮົາໃຫ້ກາຍເປັນພະນັກງານມືອາຊີບໃນການດຳເນີນກິດຈະການແຟນຊາຍ.
ຄວາມສາມາດໃນການປັບຕົວໃຫ້ເຂົ້າກັບຕະຫຼາດ ຫຼື ຊຸມຊົນທີ່ຫຼາກຫຼາຍຖືເປັນກຸນແຈທີ່ສໍາຄັນໃນການດໍາເນີນທຸລະກິດຢ່າງຍັ້ງຍືນ. ດັ່ງນັ້ນ, ພວກເຮົາຈຶ່ງມີທີມງານວິໄຈ ແລະ ພັດທະນາທີ່ເປັນມືອາຊີບເພື່ອດໍາເນີນການວິໄຈ ແລະ ພັດທະນາຜະລິດຕະພັນໃໝ່ໆຢ່າງຕໍ່ເນື່ອງ.
ພວກເຮົາເຂົ້າໃຈດີວ່າເມື່ອທຸລະກິດມີການດຳເນີນໄປກໍຍ່ອມທີ່ຈະມີຄວາມສ່ຽງທີ່ຈະເກີດປັນຫາຂຶ້ນກັບຄູ່ຮ່ວມທຸລະກິດຂອງເຮົາຢ່າງແນ່ນອນ ເຊິ່ງທ່ານບໍ່ຕ້ອງເປັນກັງວົນເລີຍເພາະທາງເຮົາມີທີມງານທີ່ພ້ອມຈະສະໜັບສະໜຸນ ແລະ ໃຫ້ຄວາມຊ່ວຍເຫຼືອຢູ່ສະເໝີ.
ມັນບໍ່ແມ່ນລະບົບອັດຕະໂນມັດແຕ່ເຮົາສາມາດບໍລິຫານທຸລະກິດຂອງເຮົາເອງໄດ້ຢ່າງມີປະສິດທິພາບ ແລະ ໄດ້ຮັບຜົນກໍາໄລ 100% ຈາກທຸລະກິດຂອງຕົນເອງ. ດັ່ງນັ້ນ, ທາງເຮົາຈຶ່ງບໍ່ມີການແບ່ງປັນຜົນກໍາໄລ ຫຼື ຄ່າທໍານຽມໃດໆສໍາລັບແຟນຊາຍ.
ພຽງແຕ່ວາງເງິນມັດຈຳ 32,500,000 ກີບເພື່ອສະໝັກເປັນສະມາຊິກແຟນຊາຍກັບທາງ Ai-Cha ສ່ວນທີ່ເຫຼືອແມ່ນສາມາດຊໍາລະໄດ້ຕາມຫຼັງເມື່ອເຖິງເວລາກໍານົດການຮັບວັດຖຸດິບ ແລະ ເຄື່ອງຈັກ.
ອາຍຸສັນຍາແມ່ນ 3 ປີ (ຟຣີຄ່າໃຊ້ຈ່າຍແຟນຊາຍສຳລັບ 2 ປີທໍາອິດ) ແລະ ສາມາດຕໍ່ອາຍຸສັນຍາໄດ້ໂດຍການຊໍາລະຄ່າແຟນຊາຍເປັນລາຍປີ.
ສາມາດເລືອກຜູ້ຮັບເໝົາ ແລະ ຜູ້ຈັດສົ່ງເອງໄດ້ ເນື່ອງຈາກວ່າທາງເຮົາຕ້ອງການໃຫ້ອິດສະຫຼະແກ່ຜູ້ຮ່ວມທຸລະກິດໃຫ້ສາມາດເລືອກບໍລິການ ແລະ ລາຄາທີ່ກົງຕາມມາດຕະຖານ ແລະ ປະສິດທິພາບທີ່ຕ້ອງການໄດ້.
ສາມາດຈັດຫາພະນັກງານເອງໄດ້ ແຕ່ເຖິງຢ່າງໃດກໍຕາມທາງ Ai-Cha ແມ່ນຈະໄດ້ເຮັດການເຝິກອົບຮົມພະນັກງານໃຫ້ເພື່ອໃຫ້ໝັ້ນໃຈວ່າພວກເຂົາມີຄວາມສາມາດທີ່ພຽບພ້ອມ ແລະ ສາມາດຮັບຜິດຊອບວຽກງານໄດ້ເປັນຢ່າງດີ.