Ai-CHA Saiyaphoum

Ai-CHA Saiyaphoum
27 May 2025 09:30


ອີກໜຶ່ງສາຂາທາງແຂວງສະຫວັນນະເຂດ, ເມືອງ ໄກສອນ, ບ້ານ ໄຊຍະພູມ ເລີ່ມເປີດເມື່ອວັນທີ 27 ພຶດສະພາ 2025

ໄປຮອດໄປເຖິງກັນອີກແລ້ວກັບອີກໜຶ່ງສາຂາຂອງທາງເຮົາ Ai-CHA ບໍ່ໄດ້ມີພຽງແຕ່ໃນນະຄອນຫຼວງ ໃຜທີ່ຢູ່ທາງຕ່າງແຂວງ Ai-CHA ຂອງທາງເຮົາກໍໄປຮອດໄປເຖິງແລ້ວເຊັ່ນກັນຕາມຄວາມຮຽກຮ້ອງຕ້ອງການຂອງຫຼາຍໆຄົນ

ນ້ອງ CaCha ນຳຄວາມແຊບ ຫອມຫວານ ສົດຊື່ນ ທີ່ຫຼາກຫຼາຍມາເສີບໃຫ້ກັນຢ່າງທົ່ວເຖິງ ພ້ອມກັບໂປຣໂມຊັ່ນສຸດພິເສດໃນມື້ເປີດຮ້ານ ທີ່ບໍ່ວ່າຈະຊື້ເມນູໃດກໍໄດ້ຮັບຂອງແຖມເປັນກະແລ້ມໂຄນຟຣີ! ແບບວ່າກິນໃຫ້ມັນຈຸກໃຈສົມກັບການລໍຄອຍກັນໄປເລີຍ

ນອກຈາກນີ້ຍັງມີໂປຣເຊັດໝາກໜອດສຸດສົດຊື່ນ ທີ່ເສີບມາພ້ອມຄວາມຊ່າສຸດໃຈກັບນ້ຳໝາກນາວ ກິນກັນຈຸກໆແບບວ່າຈັດເຕັມ 3 ຈອກ 3 ລົດຊາດ!

ອ່ະໆໆໆ!! ຖ້າຄິດວ່າໂປຣເຮົາໝົດພຽງເທົ່ານີ້ກໍບໍ່ແມ່ນ Ai-CHA ແລ້ວປ່ະ! ນ້ອງ CaCha ທັງທີພ້ອມເສີບຄວາມແຊບ ຄຸ້ມຄ່າ ແລະ ຈຸກໃຈແບບຟິນໆໃຫ້ສົມກັບການລໍຄອຍຢ່າງແນ່ນອນ...ພຽງຊື້ຄົບ 5 ຢ່າງກໍຮັບໄປອີກເລີຍ ກະແລ້ມໂຄນ!

ພະນັກງານໃຫ້ບໍລິການກໍໜ້າຮັກ ແຖມພ້ອມຕ້ອນຮັບລູກຄ້າທຸກຄົນທີ່ມາໃຊ້ບໍລິການ

ໃຜທີ່ເຂົ້າມາຫາມາແວ່ກໍອຸ່ນໃຈໄດ້ເລີຍວ່ານອກຈາກເຄື່ອງດື່ມ ແລະ ກະແລ້ມທີ່ລົດຊາດແຊບແລ້ວພະນັກງານຍັງແຊບອີກ ເອີ້ຍ! ພະນັກງານຍັງບໍລິການໜ້າຮັກອີກດ້ວຍ

ເຕີມຄວາມຟິນດ້ວຍຄວາມຫວານ ແລະ ບໍລິການທີ່ຄົບລົດ ມານັ່ງຕາກແອເຢັນໆໃນມື້ທີ່ອາກາດຮ້ອນໆ ພ້ອມດື່ມດ່ຳກັບເຄື່ອງດື່ມທີ່ສົ່ງຕົງມາຈາກປະເທດອິນໂດ ສຸດຟິນກວ່ານີ້ບໍ່ມີອີກແລ້ວປ່ະ!

ໂປຣຈຸກບໍ່ໄຫວ ກິນແນວໃດໃຫ້ໝົດນິ...ໃຜຢາກມາລອງ ມາຊິມ ກໍຕາມມາໄດ້ງ່າຍໆເລີຍເດີເພາະຮ້ານຢູ່ຂ້າງຮ້ານ COMCOM ບຸນຍົງເລີຍເດີ


ອ່ະໆໆໆ! ສຳລັບໃຜທີ່ຢ້ານຫາຮ້ານບໍ່ເຫັນ ໂລເຄຊັ່ນກໍ່ຕາມນີ້ເລີຍເດີ

📍https://maps.app.goo.gl/VGLHN2JPAWdd3xZ57

ຢ່າລືມພາກັນໄປແວະ ໄປຕຳ ແລ້ວຢ່າລືມມາເມັ້ນບອກນ້ອງ CaCha ແນ່ເດີວ່າເປັນແນວໃດ🐧💬

Share This Article:

WhatsApp