Ai-CHA ຂອງພວກເຮົາບໍ່ໄດ້ມີແຕ່ຢູ່ນະຄອນຫຼວງວຽງຈັນເທົ່ານັ້ນເດີ
ເພາະຕອນນີ້ເຮົາມີສາຂາຢູ່ທາງພາກໃຕ້ເຊັ່ນດຽວກັນນັ້ນກໍຄື ແຂວງ ຄຳມ່ວນ, ເມືອງ ໜອງບົກ, ບ້ານ ໂພ່ນ
ສຳລັບໃຜທີ່ມີໂອກາດໄດ້ໄປທາງ ທ່າແຂກ ແຂວງ
ຄຳມ່ວນ ກໍສາມາດມາແວະມາເຊັກອິນທີ່ຮ້ານເຮົາໄດ້ເດີ. ບອກໄດ້ເລີຍວ່າບັນຍາກາດດີ
ສະຕາຍຄາເຟ່ມີຈຸດຖ່າຍຮູບຫຼາຍມຸມອີກດ້ວຍ
Ai-CHA ສາຂາໜອງບົກ ເປີດເມື່ອວັນທີ 5 ພຶດສະພາ 2025 ເຊິ່ງບັນຍາກາດໃນການເປີດຮ້ານນັ້ນແມ່ນມີຄວາມຄຶກຄື້ນ
ແລະ ມ່ວນຊື່ນຫຼາຍ, ລູກຄ້າຫຼາກຫຼາຍຕ່າງກໍໃຫ້ຄວາມສົນໃຈ
ແລະ ມາໃຊ້ບໍລິການກັນຢ່າງຫຼາກຫຼາຍ
ບໍ່ວ່າຈະເປັນທັງເດັກນ້ອຍ, ໄວລຸ້ນ ແລະ
ຜູ້ໃຫຍ່ຕ່າງກໍໃຫ້ຄວາມສົນໃຈກັນມາກມາຍ ບອກໄດ້ເລີຍວ່າຕອບໂຈດລູກຄ້າທຸກເພດທຸກໄວກັນເລີຍ
ມາແລ້ວບໍ່ຕ້ອງຫ່ວງວ່າຈະບໍ່ມີບ່ອນນັ່ງເພາະທາງຮ້ານເພິ່ນມີທັງ InDoor ຕາກແອເຢັນໆ ແລະ OutDoor ຮັບບັນຍາກາດພ້ອມວິວທິວທັດແບບ local ທຳມະຊາດ
ໃຜທີ່ເປັນສາຍທ່ຽວ ແລະ
ກຳລັງຫາຈຸດເຊັກອິນໃໝ່ໆສາມາດມາແວະຫານ້ອງ CaCha ຂອງພວກເຮົາໄດ້ເດີ ຮັບຮອງເລີຍວ່າຈະໄດ້ທັງຄວາມສຸກ ສົດຊື່ນ ແລະ
ຮອຍຍິ້ມກັບໄປແນ່ນອນ
ເຂົ້າມາແລ້ວຢ່າລືມເບິ່ງຫາຈຸດງາມໆສຳລັບຖ່າຍຮູບເຊັກອິນເດີ
ຫຼື ຈະພາກັນມາເປັນກຸ່ມກໍໄດ້ເຊັ່ນກັນແບບ Road
Trip ກັບ The Gang ໝູ່ໆກໍມ່ວນໄປອີກແບບ
ຖ້າເປັນສາຍນັກລ່າໂປຣໂມຊັ່ນແຮງບໍ່ຄວນພາດເລີຍເພາະ Ai-CHA ຂອງເຮົານັ້ນມີໂປຣໂມຊັ່ນທີ່ຫຼາກຫຼາຍເອົາໃຈສາຍຫວານມັກຄວາມຄຸ້ມຄ່າທຸກຄົນ, ສາມາດຕິດຕາມໂປຣໂມຊັ່ນໄດ້ງ່າຍໆທີ່ Facebook Page: Ai-CHA Laos
ໃຜທີ່ໄດ້ແວະກາຍໄປກາຍມາກໍຢ່າລືມມາແວະຫານ້ອງກວິ້ນໆ CaCha ຂອງເຮົາແນ່ເດີ ແລະ
ບໍ່ຕ້ອງຫ່ວງເລີຍວ່າຈະຫາຮ້ານຍາກເລີຍເພາະວ່າຮ້ານເພິ່ນແມ່ນຢູ່ໃນປ້ຳນ້ຳມັນ PV
Oil ສະດວກສະບາຍບໍ່ວ່າຈະເປັນທັງບໍລິການລ້າງລົດ, ເຕີມນ້ຳມັນ ແລະ ຫ້ອງນ້ຳສະອາດ
ລະຫວ່າງທີ່ແວະເຕີມນ້ຳມັນ ຫຼື
ລໍຖ້າລ້າງລົດຢູ່ນັ້ນກໍມານັ່ງພັກຕາກແອເຢັນໆ ຈິບເຄື່ອງດື່ມແຊບໆຈາກທາງ Ai-CHA ເຮົາໄດ້ເດີ
(ໃຜທີ່ໄດ້ໄປແວະໄປຊິມແລ້ວກໍຢ່າລືມໂພສຮູບແລ້ວແທັກ Ai-CHA
Laos ແນ່ເດີທຸກຄົນ🥰)