Ai-CHA Khoksaard

Ai-CHA Khoksaard
26 July 2025 12:05

ບັນຍາກາດມື້ເປີດຮ້ານທີ່ແສນອົບອຸ່ນກັບອາກາດເຢັນໆຂອງຝົນທີ່ຄ່ອຍໆຕົກລົງມາໃຫ້ພື້ນທີ່ອ້ອມຮອບຄ່ອຍໆປຽກຊຸ່ມ

ເຖິງແມ່ນວ່າມື້ທີ່ຝົນຕົກອາກາດຈະເຢັນກວ່າປົກກະຕິແນ່ໜ້ອຍໜຶ່ງແຕ່ວ່າມື້ຕ້ອນຮັບຮ້ານສາຂາໃໝ່ກັບອົບອຸ່ນ ແລະ ໜ້າຮັກແຕກຕ່າງຈາກມື້ທີ່ຝົນຕົກ


ອາດຈະຄິດວ່າອາກາດເຢັນການກິນເມນູເຢັນໆຄືສິບໍ່ເໝາະສົມ ແຕ່ຄວາມຈິງແລ້ວ Ai-CHA ຂອງພວກເຮົາບໍ່ໄດ້ເສີບແຕ່ເມນູເຢັນເທ່ົານັ້ນເພາະເມນູຮ້ອນທາງເຮົາກໍມີເຊັ່ນກັນ

ບໍ່ວ່າຈະເປັນຊານົມຮ້ອນ ຫຼື ກາເຟຮ້ອນຫອມໆສຸດເຂັ້ມຂຸ້ນທາງເຮົາກໍມີພ້ອມຕ້ອນຮັບລູກຄ້າຫຼາຍຮູບແບບ ຖ້າບໍ່ມັກຂອງຫວານກາເຟກໍຍັງຕອບໂຈດ ຫຼື ຈະເປັນຊາ ແລະ ນ້ຳໝາກໄມ້ທາງເຮົາກໍມີບໍ່ໃຫ້ນ້ອຍໜ້າ


ແຕ່ເຖິງຢ່າງໃດກໍຕາມກະແລ້ມ ແລະ ຊານົມເຢັນໆໃນມື້ທີ່ອາກາດອາດບໍ່ເປັນໃຈແນວໃດກໍຟິນທີ່ສຸດ! ຂໍເຢັນອີກ!! ເຢັນກວ່ານີ້ອີກ!!!

ຈະຟ້າຮ້ອງ ຫຼື ຝົນຕົກກໍບໍ່ຢ້ານເພາະຄວາມຫວານທີ່ລໍ່ໃຈມັນເຮັດໃຫ້ຫຼົງໄຫຼ ແລະ ຢາກໄປລິ້ມລອງ

ສະຖານທີ່ກໍກວ້າງຂວາງໃຫ້ໄດ້ນັ່ງພັກເຊົາພ້ອມຕ້ອນຮັບລູກຄ້າທຸກຄົນທີ່ໄດ້ມາແວະວຽນ ຫຼື ຢ້ຽມຢຽນ ແຖມຮ້ານເພິ່ນກໍຍັງໜ້າຮັກສາມາດຫາມຸມຖ່າຍຮູບງາມໆໄດ້ເລີຍ


ມຸມນີ້ເລີຍເດີແອັດຂໍແນະນຳ ພ້ອມນັ້ນເພິ່ນຍັງມີຂອງຫວານພວກປະເພດເຂົ້າໜົມນຳອີກ ສຳລັບໃຜທີ່ເປັນສາຍຫວານແທ້ຕ້ອງຫ້າມພາດ ກິນຊານົມກັບຂະໜົມສຸດຟິນບອກເລີຍ

...ແລ້ວມື້ນີ້ເຈົ້າໄດ້ເຕີມຊານົມໃຫ້ຮ່າງກາຍແລ້ວຫຼືຍັງ...


Share This Article:

WhatsApp