ນ້ອງ CaCha ມາເສີບຄວາມສຸກໃຫ້ໄກເຖິງແຂວງບໍ່ເເກ້ວພ້ອມລົດຊາດທີ່ສຸດແຊບ ສຸດຟິນ ໃນລາຄາທີ່ສຸດປະຢັດ ແລະ ສຸດຄຸ້ມ...ຖືວ່າເປັນອີກໜຶ່ງສາຂາທີ່ໄດ້ຮັບຜົນຕອບຮັບທີ່ດີເລີຍກໍວ່າໄດ້ ເປີດຮ້ານມາທຳອິດກໍມີລູກຄ້າມາຖ້າຄິວຕໍ່ແຖວກິນກະແລ້ມກັນຫຼວງຫຼາຍຈົນເກືອບຈະບໍລິການບໍ່ທັນເລີຍ555 ເຖິງແມ່ນວ່າຊ່ວງນີ້ອາກາດຈະບໍ່ເປັນໃຈ ຝົນກະຕົກຕະຫຼອດ ແຕ່ກໍບໍ່ສາມາດຢຸດຢັ້ງຄວາມແຊບຂອງກະແລ້ມ ແລະ ຊານົມຂອງ Ai-CHA ໄດ້.
ເປັນອີກໜຶ່ງສະຖານທີ່ທີ່ພໍ່ແມ່ສາມາດພາລູກນ້ອຍມານັ່ງຫຼິ້ນ ແລະ ກິນກະແລ້ມແຊບໆໄດ້ແບບບໍ່ເບື່ອ, ເພາະນອກຈາກກະແລ້ມແລ້ວ, ທາງເຮົາຍັງມີຊານົມຫຼາຍລົດຊາດທີ່ສາມາດໃຫ້ເລືອກສັນໄດ້ຕາມໃຈມັກ, ພ້ອມກັບຊາໝາກໄມ້ສຳລັບສາຍຫວານ ຫຼື ຈະເປັນຊາອໍລິຈິນໍສຳລັບສາຍຮັກສຸຂະພາບກໍມີນ້າ, ສຳລັບພໍ່ແມ່ທີ່ພາລູກນ້ອຍມາກິນກະແລ້ມ ທາງເຮົາຍັງມີກາເຟນຳອີກໃດ ນັ່ງຈິບກາເຟເຂັ້ມຂຸ້ນເຝົ້າລູກນ້ອຍຂອງທ່ານ.
ສຳລັບໃຜທີ່ໄດ້ແວະກາຍໄປກາຍມາກໍຢ່າລືມມາເອົາຄວາມສຸກກັບ Ai-CHA ກ່ອນເດີ...ເລີ່ມຕົ້ນມື້ທີ່ດີຂອງທ່ານກັບຄວາມຫອມຫວານຂອງ Ai-CHA ຫຼື ມື້ໃດທີ່ອາດບໍ່ສວຍງາມ ແລະ ບໍ່ເປັນໃຈ ບໍ່ວ່າຈະພົບຜ່ານ ຫຼື ເຈິເລື່ອງບໍ່ດີມາແຕ່ໃສ ໃຫ້ Ai-CHA ໄດ້ຊ່ວຍໃຫ້ທຸກທ່ານມີຊ່ວງເວລາທີ່ດີຂຶ້ນ ປ່ອຍໃຫ້ Ai-CHA ໄດ້ຊ່ວຍຢຽວຢາໃນມື້ທີ່ເມື່ອຍລ້າໃຫ້ກັບມາມີຊີວິດຊີວາອີກຄັ້ງໜຶ່ງ.
Ai-CHA ຈະຢູ່ບ່ອນນີ້ຄຽງຂ້າງທຸກທ່ານສະເໝີ
ໃຫ້ Ai-CHA ໄດ້ເປັນສ່ວນໜຶ່ງໃນຊີວິດຂອງທ່ານ
Love Life Drink Ai-CHA