Ai-CHA ພ້ອມໃຫ້ບໍລິການໃນລາວແລ້ວ!

Ai-CHA ພ້ອມໃຫ້ບໍລິການໃນລາວແລ້ວ!
23 December 2024 15:29

Ai-CHA ແບຣນກະແລ້ມ ແລະ ຊານົມອັນມີຊື່ສຽງຈາກປະເທດອິນໂດເນເຊຍກຳລັງຂະຫຍາຍສາຂາໃຫ້ຄອບຄຸມທົ່ວອາຊີຕະເວັນອອກສຽງໃຕ້ເຊັ່ນ: ມາເລເຊຍ, ໄທ, ຫວຽດນາມ, ຟີລິບປິນ, ກຳປູເຈຍ, ມຽນມາ, ບຣູໄນ ແລະ ລາວ. ເຊິ່ງລ່າສຸດ Ai-CHA ໄດ້ຍົກລະດັບກ້າວໄປອີກຂັ້ນດ້ວຍການເປີດສາຂາທີສອງຢູ່ລາວ.

ຫຼັງຈາກປະສົບຄວາມສຳເລັດໃນການເປີດຕົວສາຂາທຳອິດຢູ່ທີ່ມະຫາວິທະຍາໄລແຫ່ງຊາດທີ່ດົງໂດກ ເພາະແບບນັ້ນ Ai-CHA ຈຶ່ງໄດ້ປະກາດເປີດຕົວຮ້ານສາຂາໃໝ່ທີ່ Naga Mall (ຂ້າງທະນາຄານ BCEL ແລະ ທະນາຄານ Phongsavanh) XJ69+8GQ ນະຄອນຫຼວງວຽງຈັນ. Ai-CHA Naga Mall ສາຂານີ້ໄດ້ເປີດຕົວຢ່າງເປັນທາງການເມື່ອວັນທີ 13 ທັນວາ 2024. ເບິ່ງລາຍລະອຽດທັງໝົດກ່ຽວກັບການເປີດຕົວສາຂາ Ai-CHA Naga Mall ໄດ້ຢູ່ທາງລຸ່ມນີ້!

ຄວາມຄຶກຄື້ນໃນການເປີດຕົວຄັ້ງຍິ່ງໃຫຍ່ຂອງ Ai-CHA ສາຂາ Naga Mall


ການເປີດຕົວຮ້ານ Ai-CHA Naga Mall ຢ່າງເປັນທາງການໄດ້ຈັດຂຶ້ນດ້ວຍດີພ້ອມກັບສີສັນ ແລະ ຄວາມຍິນດີເມື່ອວັນທີ 13 ແລະ 14 ທັນວາ 2024. ຕະຫຼອດສອງມື້ນີ້ຮ້ານກະແລ້ມ ແລະ ຊານົມແຫ່ງນີ້ເຕັມໄປດ້ວຍຄວາມຄຶກຄື້ນຈາກລູກຄ້າມາກໜ້າຫຼາຍຕາທີ່ຕ່າງກໍພາກັນມາລອງຊິມເມນູຕ່າງໆທີ່ຮ້ານແຫ່ງນີ້.

ຄວາມຄຶກຄື້ນນີ້ຍິ່ງເດັ່ນຊັດຂຶ້ນໄປອີກດ້ວຍບັນຍາກາດອັນຟົດຟື້ນເຊິ່ງເຫຼົ່າຜູ້ຄົນຫຼາກຫຼາຍຕ່າງກໍພາກັນເພີດເພີນກັບກະແລ້ມ ແລະ ເຄື່ອງດື່ມຕ່າງໆຂອງ Ai-CHA. ຄວາມກະຕືລືລົ້ນຂອງລູກຄ້າເປັນເຄື່ອງພິສູດວ່າ Ai-CHA ໄດ້ຄອງໃຈຜູ້ທີ່ມັກຮັກໃນກະແລ້ມ ແລະ ຊານົມໃນລາວໄດ້ເປັນຢ່າງດີ.

ໂປຣໂມຊັ່ນສຸດພິເສດສະເຫຼີມສະຫຼອງການເປີດຮ້ານໃໝ່


ເພື່ອເປັນການສະເຫຼີມສະຫຼອງການເປີດຮ້ານສາຂາໃໝ່ຂອງ Ai-CHA Naga Mall ທາງຮ້ານໄດ້ມີການຈັດໂປຣໂມຊັ່ນສຸດພິເສດເຊັ່ນ:

-      ທຸກເມນູຂະໜາດ (Size M) ລາຄາ 20,000 ກີບ

-      ຫຼັງຊື້ເມນູໃດກໍໄດ້ສາມາດນຳບິນມາຈົກສະຫຼາກລຸ້ນຮັບໂຊກຟຣີ, ເຊິ່ງລາງວັນປະກອບມີ: ກະແລ້ມໂຄນ, ກະແລ້ມຊັນເດ, ນ້ຳເລມ່ອນ, ຊານົມໄຂ່ມຸກ ແລະ ຕຸກກະຕາ.

-      ມີສ່ວນຫຼຸດ 50% ສຳລັບ Egets ແລະ FoodPanda.

-      ຮັບກະແລ້ມໂຄນຟຣີພຽງກົດໄລ້ ແລະ ແຊເພດເຟສບຸກ Ai-Cha Laos.

ສິນຄ້າຄຸນນະພາບສູງ ແລະ ຫຼາກຫຼາຍໃນລາຄາທີ່ຈັບຕ້ອງໄດ້


Ai-CHA ຍັງຄົງມຸ່ງໝັ້ນທີ່ຈະສົ່ງມອບສິນຄ້າຄຸນນະພາບສູງຜ່ານກະແລ້ມ ແລະ ເຄື່ອງດື່ມທີ່ເຮັດມາຈາກສ່ວນປະສົມທີ່ຖືກຄັດສັນມາເປັນຢ່າງດີ, ສົດໃໝ່ ແລະ ຫອມແຊບ. ຮ້ານ Ai-CHA Naga Mall ກໍມີເມນູທີ່ຫຼາກຫຼາຍໃຫ້ໄດ້ເລືອກລິ້ມລອງ ແລະ ເພີດເພີນໄປກັບຄວາມເຂັ້ມຂົ້ນ ແລະ ຫອມຫວານຂອງລົດຊາດເມນູຕ່າງໆເຊັ່ນ: ກະແລ້ມໂຄນ, ກະແລ້ມຊັນເດ ແລະ ຊາປະສົມກະແລ້ມ.

ນອກຈາກນີ້, ທາງ Ai-CHA ຍັງມີຊານົມອີກຫຼາກຫຼາຍເມນູເຊັ່ນ: Ai-Milk Tea Oreo Pearl, Ai-Milk Tea Brown Sugar Pearl ແລະ Ai-Milk Tea Coconut. ພ້ອມກັບມີເມນູຊາໝາກໄມ້ແທ້ເຊັ່ນ: Ai-CHA Passion Fruit Jasmine, Ai-CHA Peach Lemon, Ai-CHA Blueberry Fruit ແລະ Ai-CHA Mango Jasmine, ນອກຈາກຜະລິດຕະພັນຈະແຊບແລ້ວລາຄາຍັງຍ່ອມເຍົາ ແລະ ຈັບຕ້ອງໄດ້ອີກດ້ວຍ. ດັ່ງນັ້ນ, ທຸກຄົນຈຶ່ງສາມາດເພີດເພີນກັບຄວາມສົດໃໝ່ຂອງ Ai-CHA ໄດ້ໂດຍບໍ່ຕ້ອງກັງວົນເລື່ອງລາຄາ ແລະ ດ້ວຍຕົວເລືອກເມນູທີ່ຫຼາກຫຼາຍ Ai-CHA Naga Mall ຈຶ່ງພ້ອມທີ່ຈະສ້າງຄວາມສຸກໃຫ້ກັບລູກຄ້າທຸກທ່ານໃນນະຄອນຫຼວງວຽງຈັນ.

ຄວາມປະທັບໃຈຂອງລູກຄ້າໃນມື້ເປີດຮ້ານຢ່າງເປັນທາງການ


ໃນມື້ເປີດຮ້ານຢ່າງເປັນທາງການນັ້ນ, ຮ້ານ Ai-CHA Naga Mall ເຕັມໄປດ້ວຍຜູ້ຄົນທີ່ເຂົ້າມາລິ້ມລອງຜະລິດຕະພັນຂອງທາງ Ai-CHA. ໂປຣໂມຊັ່ນທີ່ນໍາສະເໜີໄປແມ່ນປະສົບຄວາມສໍາເລັດໃນການດຶງດູດຄວາມສົນໃຈຂອງຜູ້ຄົນຈຳນວນຫຼາຍຕັ້ງແຕ່ຜູ້ທີ່ມັກຮັກໃນກະແລ້ມ ແລະ ເຄື່ອງດື່ມອັນສົດຊື່ນໄປຈົນເຖິງຜູ້ຄົນທີ່ຜ່ານໄປຜ່ານມາ.

ດ້ວຍການເປີດຕົວຂອງຮ້ານ Ai-CHA Naga Mall ພວກເຮົາກໍຫວັງວ່າຮ້ານກະແລ້ມແຫ່ງນີ້ຈະສາມາດເຂົ້າເຖິງລູກຄ້າໃນລາວທຸກຄົນໄດ້ຫຼາຍຍິ່ງຂຶ້ນ ແລະ ກາຍເປັນຕົວເລືອກອັນດັບຕົ້ນໆສຳລັບການເພີດເພີນໃນລົດຊາດກະແລ້ມ, ຊາ ແລະ ເຄື່ອງດື່ມອື່ນໆອີກຫຼາກຫຼາຍ. ແລ້ວທ່ານຈະລໍຖ້າຫຍັງຢູ່! ມາລິ້ມລອງເມນູອັນຫຼາກຫຼາຍໄດ້ແລ້ວທີ່ Ai-CHA Naga Mall!

Share This Article:

WhatsApp